



Joomla ໂປຮແກຮມ Opensource ທີ່ເປັນລະບົບບໍລິຫານຈັດການເນື້ອຫາເວັບໃຊ້ (Web Content Management System) ຖືກພັດທະນາດ້ວຍພາສາ PHP ແລະ ໃຊ້ຖານຂໍ້ມູນຂອງ MySQL ໃນການເກັບຂໍ້ມູນມີເຕັກນິກການຂຽນໂປຮແກຮມຂັ້ນສູງພາຍໃຕ້ ມາດຕະຖານ XHTML ສາມາດເຮັດວຽກໄດ້ຫຼາຍແພັດຟອມທີ່ຮອງຮັບ PHP ແລະ mySQL ທັ້ງນີ້ Joomla ໄດ້ຖືກພັດທະນາຂື້ນຢ່າງຕໍ່ເນື່ອງຈາກທີມພັດທະນາທີ່ຢູ່ໃນໂລກ ເຊິງມີການປ໋ຽນແປງເພີ່ມຂື້ນຢູ່ຕະລອດເວລາ ໂດຍໄລຍະເລີ່ມຕົ້ນ Joomla ໄດ້ມູ່ງເນັ້ນເພື່ອໃຊ້ໃນການພັດທະນາ Coporate
Website ຫຼື ເວັບໃຊ້ຂອງບໍລິສັດ ແລະ ອົງກອນຕ່າງ ໆ ຈົນໄປຮອດ Initranet ພາຍໃນຫນ່ວຍງານ ໂດຍມີຈຸດເດັ່ນຢູ່ທີ່ຄວາມສວຍງາມຂອງຮູບແບບທີ່ເບິງເປັນສາກົນ ແລະຄວາມງ່າຍດາຍຕໍ່ການໃຊ້ງານ ທັ້ງຜູ້ພັດທະນາ ແລະ ຜູ້ເຂົ້າມາຍ່ຽມຊົມເຊິງໃຫ້ຄວາມຮູ້ສືກແຕກຕ່າງຈາກ CMS ທົ່ວໄປ ບອນທີ່ທ່ານສາມາດອອກແບບ ແລະ ສ້າງ ຫນ້າຕາຂອງເວັບໃຊ້ (Template) ໄດ້ຕາມຕ້ອງການຫາກ ທ່ານຕ້ອງການທີ່ຈະສ້າງເວັບໃຊ້ ແຕ່ບໍ່ໄດ້ເຄີຍຮູ້ວ່າຈະເຮັດແນວໃດ Joomla ສາມາດຊ່ວຍທ່ານໄດ້ໂດຍບໍ່ຈຳເປັນຕ້ອງມີຄວາມຮູ້ດ້ານການຂຽນໂປຮແກ ຮມເຊັ່ນ : HTMl, XML, DHXML, PHP ຫຼືແມ້ແຕ່ mySQL ເຊິງ ຜູ້ເບິ່ງແຍ່ງລະບົບເວັບໃຊ້ສາມາດເພີ່ມເຕີ່ມ ແລະ ປ່ຽນແປງເນື້ອຫາໂດຍບໍ່ຈຳເປັນຕ້ອງເສີຍເວລາໄປກັບການແກ້ໄຂໂປ ຮແກຮມ ແລະທີ່ສຳຄັນ Joomla ຍັງບໍ່ມີຂີດຈຳກັດໃນເລື້ອງຂອງການອອກແບບ ເຮັດໃຫ້ສາມາດປັບປ່ຽນຫນ້າຕາເວັບໃຊ້ໄດ້ຕາມຄວາມຕ້ອງການອີກນຳ
ປະວັດຂອງ Joomla
ເລີມ ຕັ້ງແຕ່ປີ 2000 ບໍລິສັດ Miro ທີ່ປະຈຸບັນໃຊ້ຊື່ວ່າ Rice Studios ໄດ້ສ້າງຊອບແວ CMS ຂື້ນມາໂຕຫນຶ່ງ ເປັນຊອບແວບໍ່ໄດ້ເປີດເຜີຍລະຫັດ (closed - source) ໃຊ້ຊື່ວ່າ “Mambo” ເຊິິ່ງຫນື່ງປີຕໍ່ມາໄດ້ປ່ຽນຮູບແບບຂອງລິຄິສິດການໃຊ້ງານໃຫມ່ (re-licensed) ເປັນ 2 ຮູບແບບ ຄື ມີທັງເວີຊັນທີ່ເປັນຊອບແວບໍ່ເປີດເຜີຍລະຫັດ ຫຼື ເວີຊັນທີ່ຂາຍ ແລະຊອບແວເປີດເຜີຍລະຫັດ (opensource) ໂດຍຊອບແວເປີດເຜີຍລະຫັດໃຊ້ຊື່ ວ່າ Mambo Site Serverຕໍ່ມາໃນປີ 2oo2 “MamboOS” ຫຼື “MOS” ເຊິ່ງມີຄວາມພະຍາຍາມທີ່ຈະເຮັດໃຫ້ມີຄວາມແຕກຕ່າງ ກັນລະຫວ່າງ ເວີຊັນທີ່ຂາຍ ແລະ ເວີເຊັນທີ່ເປັນໂອເພັນຊອດໃນປີ 2003 ແລະປະສົບຄວາມສຳເລັດເປັນຢາງສູງ ຈົນໄດ້ຮັບລາງວັນຊອບແວໂອເພັນຊອດຍອດຍ່ຽມຈາກງານຕ່າງ ໆ ຢ່າງຫຼວງຫຼາຍ ເຊັ່ນ Linux Award ເປັນຕົ້ນ
ໃນ ປີ 2005 ເວີຊັນທີ່ຂາຍຢູ່ໄດ້ຖືກຕັ້ງຊື່ໃຫມ່ວ່າ Jango ເຊິງ Rice Studios ຫຼື Miroໃນຂະຫນະນັ້ນໄດ້ຕັດສິນໃຈກໍຕັ້ງ Mambo Foundation ຂື້ນມາ ເພື່ອເປັນອົງກອນບໍ່ຫວັງຜົນປະໂຍດ (non pr ofit organization ) ມາບໍລິຫານຈັດການກິດຈະກຳ ຕ່າງ ໆ ຂອງ Mambo ເຊິງມີຄວາມຕັ້ງໃຈທີ່ຈະຊ່ວຍເຫຼືອ ແລະຕັ້ງກົດລະບຽບຕ່າງ ໆ ຂື້ນມາ ເພື່ອດູແລຮັກສາ Mambo ໃຫ້ເກີດຄວາມແຂ້ງແຮ້ງ ສາມາດພັດທະນາອອກສູ່ຜູ້ໃຊ້ງານທີ່ມີຢູ່ທົ່ວໂລກ ໂດຍມີການປັບປ່ຽນ ແລະ ເພີ່ມເຕີມໂຄ່ງສ້າງຂອງວິທິການດຳເນີນງານຂື້ນໃຫມ່ອີກຕໍ່ໄປ

Hotline : 020 - 3800800
020 - 4300004
020 - 4300003
020 - 9885111
0804040482 Thailand Number
Office Hour : 021-460957
MSN : touit2000@hotmail.com
Skype: LaoOpenSource