Packet for Basic

Packet For Developer

Packet For business

About CMS

Tuesday, 17 February 2009 02:03 administrator
Print PDF

(Web Content Management System : CMS ) ກໍຄື ລະບົບບໍລິຫານຈັດການເນື້ອຫາເວັບໃຊ້ ຫຼື CMSເປັນໂປຮແກຮມທີ່ມີນັກພັດທະນາເວັບ
ໃຊ້້ຈາກທົ່ວໂລກນຳໄປໃຊ້ສ້າງເວັບແບບໄດນາມິກ ເຊິງຊ່ວຍໃຫ້ເຈົ້າຂອງເວັບເວັບໃຊ້ສາມາດເພີ່ມເຕີາມປ່ຽນແປງເນື້ອຫາໄດ້ງ່າຍສະດວກ ແລະ ວ່ອງໄວ ໂດຍບໍ່ຈຳເປັນຕ້ອເສີຍເວລາໄປກັບການຂຽນ ແລະ ພັດທະນາໂປຮແກຮມ ເຮັດໃຫ້ການເຜີຍແຜ່ຂໍ້ມູນຜ່ານເວັບໃຊ້ໃນປະຈຸບັນເປັນໄປຢ່າງມີປະສິດທິພາບ
ຫຼາຍຍິ່ງຂື້ນ ນອກຈາກນີ້ຍັງສາມາດກຳຫນົດຫນ້າຕາ (
Template) ເພີ່ມ ຫຼື ລົດເມນູ ແລະ ໂມດູນຕ່າງ ໆ ທີ່ໃຊ້ໃນເວັບໃຊ້ໄດ້ແບບງ່າຍ ໆ ອີກນຳ

ຄວາມຫມາຍ​ຂອງ Content Management System (CMS)
ລະບົບ​ການ​ຈັດການ​ເນື້ອ​ຫາ​ຂອງ​ເວັບ​ໄຊຕ໌ (Content Management System : CMS) ຄື ລະບົບ​ທີ່​ພັດທະນາ​ຄິດ​ຄົ້ນ​ຂຶ້ນ​ມາ​ເພື່ອ​ຊ່ວຍ​ລຸດຊັບພະ​
ຢາ​ກອນ​ໃນ​ການ​ພັດທະນາ (
Development) ແລະ​ບໍລິຫານ (Management)ເວັບ​ໄຊຕ໌ ບໍ່​ວ່າ​ຈະ​ເປັນ​ເລື່ອງ​ຂອງ​ກຳ​ລັງ​ຄົນ ລະ​ຍະ​ເວລາແລະ​ເງີນ​ທອງ
ທີ່​ໃຊ້​ໃນ​ການສ້າງ​ແລະ​ຄວບ​ຄຸມ​ເບິ່ງແຍງ​ໄຊຕ໌​ໂດຍ​ສ່ວນ​ໃຫຍ່​ແລ້ວ ມັກ​ຈະ​ນຳ​ເອົາ ພາ​ສາສະ​ຄິບຕ໌ (
Script languages) ຕ່າງ ໆມາ​ໃຊ້ ເພື່ອ​ໃຫ້​ວິທີ​ການ
ເຮັດວຽກງານ​ເປັນ​ແບບ​ອັດຕະ​ໂນ​ມັດ ບໍ່​ວ່າ​ຈະ​ເປັນ
PHP, Perl, ASP, Python ຫຼື ​ພາສາ​ອື່ນ ໆ (ແລ້ວ​ແຕ່​ຄວາມ​ຖະຫນັດ​ຂອງ​ຜູ້​ພັດທະນາ) ຊຶ່ງ​ມັກ
​ຕ້ອງ​ໃຊ້​ຄວບຄູ່​ກັນ​ກັບ​ໂປ​ແກມ​ເວັບ​​ເ​ຊິລ໌​ຟະ​ເວີລ໌ (ເຊັ່ນ
Apache) ແລະ​ດາ​ຕ້າ​ເບດ​​ເຊິລ໌​​ເວີລ໌ (ເຊັ່ນ MySQL)

ລັກສະນະ​ເດັ່ນ​ຂອງ CMS ກໍ​ຄື ມີ​ສ່ວນ​ຂອງ Administration panel(ເມ​ນູ​ຜູ້​ຄວບ​ຄຸມ​ລະບົບ) ທີ່​ໃຊ້​ໃນ​ການ​ບໍລິຫານ​ຈັດການ​ສ່ວນ​ການເຮັດວຽກງານ
​ຕ່າງ
ໆ​ໃນ​ເວັບ​ໄຊຕ໌ ເຮັດໃຫ້​ສາມາດ​ບໍລິຫານ​ຈັດການ​ເນື້ອ​ຫາ​ໄດ້​ຢ່າງ​ວ່ອງໄວ ແລະ​ເນັ້ນ​ທີ່​ການ​ຈັດການ​ລະບົບ​ຜ່ານ​ເວັບ (Web interface)ໃນ​ລັກສະນະ​ຮູບ​ແບບ​ຂອງ
ລະບົບ​ເວັບ​ທ່າ (
Portal Systems) ໂດຍ​ຕົວ​ຢ່າງ​ຂອງ​ຟັງກ໌​ຊັນ​ການເຮັດວຽກງານ ໄດ້​ແກ່ ການ​ນຳ​ສະເໜີ​ບົດ​ຄວາມ (Articles), ເວັບ​ໄດ​ເລກ​ທໍ​ລີ (Web directory),
ເຜີຍແຜ່​ຂ່າວ​ສານ​ຕ່າງ ໆ (News), ຫົວຂໍ້​ຂ່າວ (Headline), ລາຍ​ງານ​ສະພາບ​ດິນ​ຟ້າ​ອາ​ກາດ(Weather), ຂໍ້​ມູນ​ຂ່າວ​ສານ​ທີ່​ໜ້າ​ສົນ​ໃຈ (Informations),ຖາມ/ຕອບ​ບັນຫາ
(
FAQs), ຫ້ອງ​ສົນທະນາ (Chat), ກະ​ດານ​ຂ່າວ (Forums), ການ​ຈັດການ​ໄຟລ໌​ໃນ​ສ່ວນ​ດາວໂຫລດ (Downloads), ແບບ​ສອບ​ຖາມ (Polls), ຂໍ້​ມູ​ນສະ​ຖິ​ຕິ​ຕ່າງ
(
Statistics) ແລະ​ສ່ວນ​ອື່ນ ໆ ​ອີກ​ຫລວງຫລາຍທີ່​ສາມາດ​ເພິ່ມເຕິມ​ດັດ​ແປງ ແກ້​ໄຂ​ແລ້ວ​ປະ​ຍຸກຕ໌​ນຳ​ມາ​ໃຊ້​ງານ​ໃຫ້​ເໝາະ​ສົມ​ຕາມ​ແຕ່​ຮູບ​ແບບ​ແລະ​ປະ​ ເພດ​ຂອງ​ເວັບ​ໄຊຕ໌​ນັ້ນ

 

ຄວາມ​ສາມາດ​ຂອງ​ລະ​ບົບ CMS

1. ການດາວ​​ໂຫລ​ດ​ເອກ​ສານ​ທີ່​ຢຸ່​ໃນ​ຮູບ​ແບບ​ MS Word MS Excel ​ແລະ Acrobat PDF

2. ການຈັດການ​ປ້າຍ​ໂຄສະນາ

3. ກາ ​ນຈັດການ​ຂໍ້​ມູນ​ຂ່າວສານ​ເພື່ອ​ການສະ​ແດງ​ຜົນ​ຂໍ້​ມູນ​ໃນ​ຮູບ​ແບບ​ຕ່າງ ໆ ​ເຊັ່ນ Flash ຫຼື​ອາດ​ເປັນການ​ດຶ່ງຂໍ້​ມູນ​ຂ່າວສານ​ຈາກ​ເວັບ​ອື່ນ ລວມຮອດ​ການ​ຈັດການ​ເກັບ​ຂໍ້​ມູນ​ຂ່າວສານ​ທີ່ຜ່ານ​ມາ​ແລ້ວ

4. ກາ​ນຈັດການ​ໄຟ​ລ ພາບ ​ແລະ ສຽງ (Multimedia)

5. ກາ​ນສຳ​ຫຼວດຄວາມ​ຄິດ​ເຫັນ (Poll)

6. ການ​ຈັດການ​ສ່ວນ​ປະກອບຕ່າງ ໆ ທີ່​ຖືກ​ພັດທະນາ

o ​ເວັບ​ບອດ (Forum)

o ການ​ສະ​ແດງ​ກິ​ດຈະ​ກຳ ​ແລະ ງ່າ​ນຕ່າງ ໆ ​ໃນ​ຮູບ​ແບ​ກຳຫນົດ​ການ​ແລະ​ປະຕິທິນ
(Event and Calendar)

o ການ​ສ້າງ​ແລະ​ຈັດການ​ແບ​ບຟອມ​ໃນ​ຮູບ​ແບບ​ຕ່າງ ໆ

o ລະບົບ Help Desk ​ເພື່ອ​ໃຊ້​​ໃນ​ການ​ແຈ້ງຊ້ອມ​ແປງ​ອຸປະກອນ ຫຼື ​ແຈ້ງຄຳ​ຂໍ​ອື່ນ ໆ ທີ່​ກ່ຽວ​ຂ້ອງ​ກັບ​ການ​ດຳ​ເນີນ​ງານ ​ແລະ ​ການ​ໃຫ້​ບໍລິຫານ​ຂອງ​ອົງກອນ

o ລະບົບ​ສະ​ແດງ​ແລະ​ຂາຍ​ສິນຄ້າ (E-Commerce) ​ເປັນ​ຕົ້ນ

ປະ​ໂຍດ​ຂອງ CMS

§ ຜູ້ ​ໃຊ້​ບໍ່​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ຮູ້​ທາງດ້ານ​ໂປ​ຮ​ແກ​ຮມ ​ເນື່ອງ​ຈາກ​ຫນ້າ​ຈໍ​ໂຕ້​ຕອບ​ກັບ​ຜູ້​ໃຊ້​ງານ​ເຂົ້າ​ໃຈ​ໄດ້​ງ່າຍ ​ເຮັດ​ໃຫ້​ເຈົ້າ​ຫນ້າ​ທີ່​ທຸກ​ຄົນ​ສາມາດ​ອັບ​ເດດ​​ເວັບ​ໃຊ້​ໄດ້​ເອງ

§ ສາມາດ​ກະ​​ຈາ​ຍ ​ແຈກຈ່າຍ​ວຽກ​ງານ​ໃນ​ການ​ອັ​ບ​ເດດ​ເວັບ​ໃຊ້​ໄດ້ ​ເຮັດ​ໃຫ້ການ​ເຮັດ​ວຽກ​ສະດວກ​ສະບາຍ ວ່ອງ​ໄວ ຫຼາຍຂື້ນ

§ ລົດ​​ເວລາ​ໃນ​ການ​ພັດທະນາ​ແລະ​ການ​ອັບ​ເດດ​ເວັບ​ໃຊ້ ​ເນື່ອງຈາກ CMS ມີ​ລະບົບ​ທີ່​ຊ່ວຍ​ໃຫ້ການ​​ເພີ່ມ​ເຕີ່​ມຫຼື​ປັບ​ປ່ຽນ ​ປ່ຽນ​ແປງ ຂໍ້​ມູນ​ເທິງ​ເວັບ​ໃຊ້​ເຮັດ​ໄດ້​ງາຍ ຄື​ ການ​ໃຊ້​ໂປ​ຮ​ແກ​ຮມ ​ Word ທົ່ວ​ໄປ ​ເຮັດ​ໃຫ້​ບໍ່​ເສີຍ​ເວລາ​ໃນ​ການ​ຂຽນ​ໂປ​ຮ​ແກ​ຮມຄື​ກາ​ນພັດທະນາ​ລົບ​ເກົ່າ

§ ສາມາດ ​ປ່ຽນ​ແປງ​ຫນ້າ​ຕາ​ແລະ​ຂໍ້​ມູນ​ຂອງ​ເວັບ​ໃຊ້​ໄດ້​ສະ​ດວກ​ວ່ອງ​ໄວ ​ແລະ​​ແຍກ​ສ່ວນ​ແກ້​ໄຂ​ໄດ້ ບໍ່​ຈຳ​ເປັນ​ຕ້ອງ​ແກ້​ໄຂ​ທຸກສ່ວນ​ຄື​ການ​ໃຊ້​ເວັບ​​ໃຊ້​ທີ່​ພັດທະນາ​ ດ້ວລະບົບ​ເກົ່າ ການ​ແກ້​ໄຂ​ກໍ​ເຮັດ​ໄດ້​ໂດຍ​ງ່າຍ ​ເຊັ່ນ ການ​ປ່ຽນ​ຫນ້າ​ຕາ​ເວັບ​ໃຊ້ ຫຼື Template ສາມາດ​​ເຮັດ​ໄດ້​ໂດຍ​ການ​ຄິກຫຼື​​ແກ້​ໄຂ​​ໃນ​ເວັບ​ກໍ​ແກ້​ໄຂ​ Link ​ໃນ​​ເວັບ​ກໍ​ແກ້​ໄຂ​ພຽງ​ຈຸ​ດ​ດຽວ​ລະບົບ​ກໍ​ຈະ​​ແກ້​ໄຂ​ໃຫ້​ຫມົດ ​ເປັນ​ຕົ້ນ

§ ສຳ​ຫຼັບ​ ​Web Based CMS ຈະ​ຊ່ວຍ​ອຳນວຍ​ຄວາມ​ສະດວກ​ໃຫ້​ຜູ້​ໃຊ້​ສາມາດ​ອັບ​ເດດ​ເວັບ​ໃຊ້​ຂອງ​ໂຕ​ເອງ​ ໄດ້ທຸກທີ່ ທຸກ​ບອນ ທູ​ກ​ເວລາ​ທີ່​ສາມາ​ດ​ເຊື່ອມ​ຕໍ່ກັບ Internet ​ເຊິ່ງຈະ​ເຮັດ​ໃຫ້​ຜູ້​ໃຊ້​ຫມັ້ນ​ໃຈ​ໄດ້​ວ່າ ​ເວັບ​ໃຊ້​ຂອງ​ຕົນ​ເອງ​ມີ​ຄວາມ​ທັນ​ສະ​ໄຫ​ມຢູ່​ສະ​ເໝີ

​ເພື່ອ​ໃຫ້​ອົງ​ກອນ​ຕ່າງ ໆ ສາມາດ​ມີ​ລະບົບ​ບໍລິຫານ​ຈັດການ​ຂໍ້​ມູນ​ເວັບ​ໃຊ້ ຫຼື CMS ສຳ​ຫຼັບ​ການ​ເພີ່ມ​ຂີດ​
ຄວາ​ມສາມາດ​ໃນ​ການ​ບໍລິຫານ​ຈັດການ​ຂໍ້​ມູນ​ຂອງ​ອົງ​ກອນ ທາງ​ທີ​ມງານ LaoOepnsource, LaoZaa, ​Gamer Hard Core ຈຶ່ງ ​​ເຂົ້າ​ຮ່ວມ​ການ​ພັດທະນາ​ ແລະ ໄດ້​ສະໜັບ​ສະ​ໜູນ​ການ​ໃຊ້​ງານ Open Souce CMS ທີ່​ໄດ້​ລວບ​ລວມຄວາມ​ສາມ​າດຂອງ CMS ພ້ອມ​ກັບ​ປະສານ​ຂໍ້​ດີ​ຂອງ ຊອບ​ແວ Open source
​ເຂົ້າ​​ໄວ້​ນຳ​ກັນ ​ເຊິ​ງມີ​ປະ​ໂຫຍ​ດຕໍ່​ອົງ​ກອນ​ທີ່​ໃຊ້​ດັ່ງ​ຕໍ່​ໄປ​ນີ້

ປະ​ໂຫຍ​ດຂອງ Open Source CMS

ຊວຍ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ບໍລິຫານ​ຈັດການ​ຂໍ້​ມູນ

ü ຊ່ວຍ​​ໃຫ້ກາ​ນອັບ​ເດ​ດຂໍ້​ມູນ​ຕ່າງ ໆ ​ເຮັດ​ໄດ້​ແບບ​ງ່າຍດາຍ ສົ່ງ​ຜົນ​​ໃຫ້​ການ​ເຜີຍ​ແຜ່​ຂໍ້​ມູນ​​ເປັນ​ໄປ​ຢ່າງ ຖືກຕ້ອງ ​ແລະ ​ແນ່ນອນ

ü ​ເພີ່ມຄວາມ​ສາ​ມາດ​ໃນ​ການ​ຕອບ​ສະຫນອງຄວາມ​ຕ້ອງການ​ຂອງ​ຜູ້​ເຂົ້າຊົມ​ເວັບ​ໃຊ້

ü ງ່າຍ ​ຕໍ່​ການ​ພັດທະນາ ​ແລະ ການ​ປະຍຸກ​ໃຊ້ ​ເນື່ອງ​ຈາກ​ເປັນ​ຊອບ​ແວ​ເປີດ​​ເຜີ​ຍລະ​ຫັດ ​ເຮັດ​ໃຫ້​ມີ​ອິດສະຫຼະ​ໃນ​ການ​ແກ້​ໄຂ​ຫຼື​ປ່ຽນ​ແປງ​ໂຕ​ໂປ​ຮ​ແກ​ຮມ​ໃຫ້​ເຫມາະ ​ສົມ​ກັບ​ຄວາ​ມຕ້ອງການ​ໄດ້​ດີ​ຂື້ນ

ü ມີ ລະບົບ​ປະຕິບັດ​ການ (Platform)​ໃຫ້​ເລືອກ​ຫຼາຍ ໆ ບໍ່​ຈຳກັດ​ຢູ່​ລະບົບ​ໃດ​ລະບົບ​ຫນື່ງ

ü ງ່າຍ​ຕໍ່​ການ​ເຊືອມ​ໂຍງ​ລະບົບ​ຕ່າງ ໆ ​ເຂົ້າ​ນຳ​ກັນ​ຈາກ​ການ​ເປີດ​ເຜີ​ຍລະຫັດ (Source Code) ທີ່​ພັດທະນາ

ü ມີ​ກຸ່ມ​ຜູ້​ໃຊ້​ຈາກ​ທົ່ວ​ໂລກ​ໃຫ້ການ​ຊ່ວຍ​​ເຫລືອ​ເປັນ​ຈຳນວນ​ຫຼາຍ

ü ຜູ້​ໃຊ້​ບໍ່​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ຮູ້​ທາງ​ດ້ານ​ໂປຮ​ແກ​ຮມ

ü ສາມາດ​ກະຈາຍ​ວຽກ​ງານ​ໃນ​ການ​ອັບ​ເດດ​ເວັບ​ໃຊ້​ໄດ້ ​ເຮັດ​ໃຫ້ການ​ເຮັດ​ວຽກ​ສະດວກ​ສະບາຍ ວ່ອງ​ໄວ​ຍິ່ງ​ຂຶ້ນ

ü ສາມາດ ​ປ່ຽນ​ແປງ​ຫນ້າ​ຕາ ​ແລະ ຂໍ້​ມູນ​ຂອງ​ເວັບ​ໃຊ້​ໄດ້​ສະດວກ​ວ່ອງ​ໄວ ​ແລະ​​ແຍກ​ສ່ວນ​ແກ້​ໄຂ​ໄດ້ ບໍ່​ຈຳ​ເປັນ​ຕ້ອງ​ແກ້​ທຸກ​ສ່ວນ​ຄື​ການ​ໃຊ້​ເວັບ​ໃຊ້​ທີ່​ພັດທະນາ​ລະບົບ​ ເກົ່າ

ü Web Based CMS ຈະ​ຊ່ວຍ​ອຳນວຍ​ຄວາມ​ສະດວກ​ໃຫ້​ຜູ້​ໃຊ້​ສາມາດ​ອັບ​ເດດ​ເວັບ​ໃຊ້​ໂຕ​ເອງ​ໄດ້​ ທຸກບອນ ທຸກ​ເວລາ​ທີ່​ສາມາດ​ເຊື່ອມ​ຕໍ່​ກັບ Internet

ລົດ​ຄ່າ​ໃຊ້​ຈ່າຍ ​ແລະ ການ​ໃຊ້​ຊັບ​ພະຍາກອນ

ü ລົດ ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ບໍລິຫານ​ຈັດການ ​ເຊັ່ນ ຄ່າ​ໃຊ້​ຈ່າຍ​ໃນ​ການຈັດ​ເອກ​ສານ​ເພື່ອ​ສື່ສານ​ໃນ​ອົງ​ກອນ ​ແລະ​ຄ່າ​ໃຊ້​ຈ່າຍ​ທາງ​ດ້ານ​ການ​ຕະຫຼາດ

ü ລົດ​ຄ່າ​ໃຊ້​ຈ່າຍ​ໃນ​ດ້ານ​ລິ​ຄະ​ສິດ​​ໂປຮ​ແກ​ຮມ : ຊ່ວຍ​ໃຫ້​ອົງ​ກອນ​ປະ​ຫຍັດ​ຄ່າ​ໃຊ້​ຈ່າຍ​ກ​ໃນ​ການ​ໃຊ້​​​ໂປຮ​ແກ​ຮມ

ü ປະ ​ຍັດ​ເວລາ​ໃນ​ການ​ພັດທະນາ ​ແລະ​ບໍລິຫານ​ຈັດການ​ຂໍ້​ມູນ​​ໃນ​ເວັບ​ໃຊ້ ​ໂດຍ​ຜູ້​ທີ່​ບໍ່​ມີ​ຄວາມ​ຮູ້​ເລື້ອງ​ການ​ຂຽນ​​ໂປຮ​ແກ​ຮມກໍ​ສາມາດ​ຈັດ​ຫາ ສ້າງ​ເວັບ​ໃຊ້​ແລ​ະອັບ​ເດດ​ຂໍ້​ມູນ​ເອງ​ໄດ້

ü ສາມາດ​ແບ່ງປັນ​ຊັບພະຍາກອນ​ທີ່​ມີ​ຢຸ່ພາຍ​​ໃນ​ອົງ​ກອນ​ຫຼື​ລະຫວ່າງ​ອົງ​ກອນ​ຈາກ​ການ​ໃຊ້ Code ທີ່​ພັດທະນາ​ຂື້ນ​ຮ່ວມ​ກັນ​ໄດ້

Last Updated on Tuesday, 17 February 2009 02:04

FireFox Download



Service as

ອອກແບບ  Web ແລະ ການວ່າງໂຄງ
ສ້າງໃຫ້ຮອງຮັບ Search Engin

ບໍລິການຊື່ ແລະ ພື້ນທີ່ເວັບໃຊ້, ອີເມລ
ຮອງຮັບທຸກອົງກອນ, ່ຢ່າງສົມບູນແບບ


ເຮົາພ້ອມດ້ວຍທີມງານຜູ້ຊ່ຽວຊານ ການ
ບໍລິການ Maintennance ໄວ້ຮັບໃຊ້ທານ

ບໍລິການໃຫ້ຄຳປຶກສາ ແລະ submit
ເວັບໃຊ້ຂອງທ່ານສຳຫຼັບການໂຄສະນາ

Service Call

Service and Support

Hotline : 020 - 3800800
020 - 4300004

020 - 4300003

020 - 9885111

0804040482  Thailand Number

Office Hour : 021-460957

MSN :
touit2000@hotmail.com

Skype: LaoOpenSource